ພາສາລາວ | English

ຂ່າວໃໝ່
ສູນໄອທີ ຈັດສຳມະນາໃຫ້ພະນັກງານໃໝ່.

ວັນທີ 14 ຫາວັນທີ 16 ກໍລະກົດ 2010 ຜ່ານມາ ທີ່ຫ້ອງປະຊຸມ ທຄຕລ ໄດ້ຈັດສຳມະນາ ກ່ຽວກັບວຽກງານວິຊາສະເພາະໄອທີໃຫ້ພະນັກງານໃໝ່ ທີ່ສາມາດຜ່ານການ ສອບເສັງຄັດເລືອກ, ໃນມື້ທໍາອິດ ຂອງການສໍາມະນາ ເປັນກຽດໃນການບັນຍາຍໂດຍ ທ່ານ ສີສະອາດ ນຶມອາສາ ຫົວໜ້າສູນໄອທີ ທຄຕລ, ທ່ານໄດ້ອະທິບາຍພາບລວມຂອງວຽກງານ ໄອທີທະນາຄານ, ສະເໜີໂຄງຮ່າງການຈັດຕັ້ງ, ໜ້າທີ່ ພາລະບົດບາດຂອງສູນໄອທີ ແລະ ກົດລະບຽບຕ່າງໆທີ່ພົວພັນກັບວຽກງານໄອທີໃຫ້ພະນັກງານແທວເລີໃໝ່ຮູ້, ມື້ທີສອງຂອງ ການສຳມະນາ ເປັນການບັນຍາຍໂດຍ ຂະແໜງຄຸ້ມຄອງລະບົບຖານຂໍ້ມູນ ທຄຕລ ກ່ຽວກັບການ ນຳໃຊ້ໂປແກຣມທະນາຄານ ແລະ ລາຍງານຕ່າງໆ ທີີ່ກ່ຽວພັນກັບໜ້າວຽກຕົວຈິງ ທີ່ໄດ້ນຳໃຊ້ ແລະ ໃນວັນສຸດທ້າຍຂອງ ການບັນຍາຍ ແມ່ນຂະແໜງ ອີແບັງຄິງ ໄດ້ສະເໜີກ່ຽວກັບວິທີການນຳໃຊ້ຜະລິດຕະພັນ ອີແບັງຄິງ, ການຂາຍຜະລິດຕະພັນ ອີແບັງຄິງ, ເປັນຕົ້ນເພື່ອເຮັດໃຫ້ພະນັກງານໃໝ່ສາມາດເຮັດໜ້າທີ່ໂຄສະນາ ແລະ ດຶງດູດລູກຄ້າມາໃຊ້ບໍລິການ

ອອກວັນທີ່: 2010-07-27 02:37:04
ກອງປະຊຸມ ຜັນຂະຫຍາຍການເບີກຈ່າຍເງິນເດືອນຜ່ານລະບົບທະນາຄານ ໃຫ້ພະນັກງານ ບຳນານກະຊວງສຶກສາທິການ ແລະ ກະຊວງການເງິນ.

ໃນວັນທີ 21 ກໍລະກົດ 2010ນີ້ ທີ່ຫ້ອງປະຊຸມ ວິທະຍາໄລ ເຕັກນິກ ປາກປາສັກ ໄດ້ຈັດ ກອງປະຊຸມຂື້ນເພື່ອ ຜັນຂະຫຍາຍການເບີກຈ່າຍເງິນເດືອນຜ່ານລະບົບທະນາຄານ ໃຫ້ພະນັກງານ ບຳນານກະຊວງສຶກສາ ແລະ ກະຊວງການເງິນ.ກອງປະຊຸມໄດ້ແບ່ງອອກເປັນ 2 ວາລະ, ວາລະທໍາອິດເລີ່ມແຕ່ເວລາ 8:00-11:30 ໂມງ ແລະ ວາລະທີສອງເລີ່ມແຕ່ເວລາ 13:30-16:00 ໂມງ ໂດຍເປັນກຽດເຂົ້າຮ່ວມປະທານຄື: ທ່ານ ດຣ ນາງ ວຽງນາລີ ມູນນະລາດ, ຮອງຫົວໜ້າຫ້ອງການກະຊວງສຶກສາ, ທ່ານ ທອງວັນ ສີສະຫວັນ, ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ, ທະບວງການປົກຄອງກະຊວງການເງິນ, ທ່ານ ນາງ ວັນໄຊ ສຸວັນນະເມທີ, ຮອງອຳນວຍການອົງການປະກັນສັງຄົມແຫ່ງຊາດລາວ (ອ.ປ.ລ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ (ທຄຕລ), ພ້ອມນັ້ນກໍ່ມີ ພະນັກງານບຳນານຈາກກະຊວງສຶກສາທິການ, ຕ່າງໜ້າກະຊວງການເງີນ, ແລະ ພະນັກງານວິຊາການຂອງ ທຄຕລ ເຂົ້າຮ່ວມປະມານ 500 ຄົນ. ກອງປະຊຸມໄດ້ສະເໜີ ອະທິບາຍເຖິງຈຸດປະສົງຂອງການຫັນເບີກຈ່າຍເງິນເດືອນ ຜ່ານລະບົບທະນາຄານ, ຂອງພະນັກງານບຳນານ ແລະ ນອກນີ້ ທາງ ທຄຕລ ກໍ່ໄດ້ອະທິບາຍກ່ຽວກັບການເປີດບັນຊີ ແລະ ວິທີການນຳໃຊ້ບັດ ATM ຂອງ ທຄຕລ.

ອອກວັນທີ່: 2010-07-27 02:33:06
ທຄຕລ ສາຂາຊຽງຂວາງ ຂະຫຍາຍໜ່ວຍບໍລິການ ໄປຕັ້ງຢູ່ເມືອງຄຳ ແລະ ນ້ຳງໍາ.

ທຄຕລ ສາຂາຊຽງຂວາງ ໄດ້ຂະຫຍາຍການບໍລິການ 2 ຈຸດ ຄື: ໜ່ວຍບໍລິການ ເມືອງຄຳ ໄດ້ເປີດບໍລິການຢ່າງເປັນທາງການ ໃນວັນທີ 22 ກໍລະກົດ 2010 ເຊິ່ງຫ່າງຈາກຕົວເມືອງຊຽງຂວາງ 80 ກມ ແລະ ໜ່ວຍບໍລິການນ້ຳງຳ ເຊິ່ງຕັ້ງຢູ່ເທດສະບານແຂວງຊຽງຂວາງ, ຈຸດປະສົງແມ່ນເພື່ອໃຫ້ພໍ່ແມ່ ປະຊາຊົນ, ນັກທຸລະກິດ ແລະ ພະນັກງານ ທີ່ຢູ່ໄກ້ເຂດດັ່ງກ່າວ ໄດ້ໃຊ້ບໍລິການຢ່າງທົ່ວເຖິງ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ, ໃຫ້ຄວາມສະດວກ, ໃຫ້ຄວາມວ່ອງໄວແກ່ລູກຄ້າ, ໜ່ວຍບໍລິການດັ່ງກ່າວສາມາດໃຫ້ບໍລິການໃນການຝາກ-ຖອນເງິນ, ເງີນໂອນພາຍໃນ,ຮັບເງິນໂອນຈາກຕ່າງປະເທດ ນອກຈາກນັ້ນຍັງສາມາດນຳໃຊ້ ບັດ ATM ຂອງ ທຄຕລ ໃນການຖອນ ແລະ ໂອນເງິນຜ່ານຕູ້ ATM ທຄຕລ ໄດ້ຕະຫຼອດ 24 ຊົ່ວໂມງ.

ພະນັກງານ ທຄຕລ ສ້າງຂະບວນການອອກແຮງງານລວມ ຕ້ອນຮັບວັນສຳຄັນ.

ໃນມື້ວັນເສົາ ວັນທີ 17 ກໍລະກົດ 2010 ທີ່ຜ່ານມານີ້ ພະນັກງານ ທະນາຄານການຄ້າ ຕ່າງປະເທດລາວ, ສໍານັກງານໃຫ່ຍ ໄດ້ເຄື່ຶອນໄຫວສ້າງຂະບວນການອອກແຮງງານລວມ ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນ ວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 55 ປີ (20/7/1955-20/7/2010) ຂະບວນການດັ່ງກ່າວໄດ້ອອກແຮງງານອະນາໄມ ສະຖານທີ່ຂອບເຂດອ້ອມຂ້າງສຳນັກງານທະນາຄານ, ບ່ອນເຮັດວຽກ ພະແນກແລະ ສູນຕ່າງໆ ເພື່ອຄວາມເປັນລະບຽບຈົບງາມຂອງສຳນັກງງານທະນາຄານ.

ອອກວັນທີ່: 2010-07-27 02:23:24
ກອງປະຊຸມໃຫ່ຍຄັ້ງທີ 4 ຂອງສະຫະພັນກຳມະບານ ທະນາຄານແຫ່ງ ສ ປ ປ ລາວ.

ຢູ່ທີ່ຫ້ອງປະຊຸມຊັ້ນ 5 ທຄຕລ ໄດ້ມີພິທີຈັດກອງປະຊຸມໃຫ່ຍຄັ້ງທີ 4 ຂອງສະຫະພັນກຳ ມະບານ ທະນາຄານແຫ່ງ ສ ປ ປ ລາວ ໂດຍການເປັນປະທານ ຂອງທ່ານ ວົງເພັດ ໄຊເກີຢາຈົງຕົວ ປະທານສູນກາງສະຫະພັນກຳມະບານລາວ ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີທ່ານ ບຸນສົງ ສົມມາລາວົງ ຄະນະພັກຮາກຖານ ທະນາຄານແຫ່ງ ສ ປ ປ ລາວ, ຮອງຜູ້ວ່າການ ທະນາຄານແຫ່ງ ສ ປ ປ ລາວ, ຕາງໜ້າອົງການຈັດຕັ້ງມະຫາຊົນ ທະນາຄານທຸລະກິດລັດ  ພ້ອມດ້ວຍສຳມະຊິກກຳມະບານ ກໍ່ໄດ້ເຂົ້າຮ່ວມ, ກອງປະຊຸມໄດ້ສະຫຼຸບ ການ ເຄື່ອນໄຫວວຽກງານໃນໄລຍະຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະປະຕິບັດງານ ຊຸດໃໝ່.

ອອກວັນທີ່: 2010-07-16 00:50:59

 

To: The customers and others concerned.
Subject: BCEL day off in 2010
  Dear Sirs / Madams,
We are very pleased to advise you that BCEL will be closed on the following days of the year 2010:

No D/M/Y Meaning
1
01/01/2010 International New Year
2
08/03/2010 International Woman's Day
3
14-15-16/04/2010 Lao New Year
4
01/05/2010 National Labour Day
5
07/10/2010 Bank's Day
6
02/12/2010 Lao National Day
7
30-31/12/2010 Summerise Fiscal Year

Please do not hesitate to contact us if you have any questions on these holidays
Best regards,

Bounyaveth PHASINOVANH
Head of International Relations Section
Tel: 856 21 213200 Ext 405
Email: bcelhovt@etllao.com

1 [ 2 ][ 3 ][ 4 ][ 5 ][ 6 ][ 7 ][ 8 ][ 9 ][ 10 ][ 11 ][ 12 ][ 13 ] Next>>

All Rights Reseved. Copyright© 2005-2009. BANQUE POUR LE COMMERCE EXTERIEUR LAO
Designed and Developed by CYBERIA Co., Ltd. Vietiane Lao P.D.R
Check E-mail